ຂໍ້ຕົກລົງ ແລະ ເງື່ອນໄຂອື່ນໆ
ກິດຈະກຳນີ້ຈັດຂຶ້ນໂດຍ ກອງປະກວດ Mister Global Laos 2022 ແລະ ພັດທະນາລະບົບໂດຍ ບໍລິສັດ ບິສຈີຕອລ ຈໍາກັດ ທຸກຄະແນນໂຫວດຈະຖືກບັນທຶກ ແລະ ສະສົມໄວ້ຕະຫຼອດຊ່ວງເວລາທີ່ກຳນົດໄວ້
ໄລຍະເວລາເປີດຮັບໂຫວດ ວັນທີ 12 ເດືອນ ຕຸລາ 2022
ການປະກາດຜົນໂຫວດ ວັນທີ 19 ເດືອນ ພະຈິກ 2022
- ຜູ້ໂຫວດທຸກຄົນຕ້ອງລັອກອິນຜ່ານເຟສບຸກເພື່ອຢືນຢັນໂຕຕົນ.
- ຜູ້ໂຫວດສາມາດກວດສອບປະຫວັດການໂຫວດໄດ້ໃນແຕ່ລະທ່ານ ຜ່ານໜ້າຕ່າງ ຈໍານວນການໂຫວດ.
- ກ່ອນຈະໂຫວດໃຫ້ຜູ້ໂຫວດເລືອກໝາຍເລກ ເເລະ ອ່ານຂໍ້ມູນໃຫ້ຖີຖວນໃນການຕັດສິນໃຈໂຫວດ.
- ຖ້າໂຫວດໄປເເລ້ວ ທາງພວກເຮົາຈະບໍ່ຮັບສົ່ງເງິນຄືນທຸກກໍລະນີ.
- ຜູ້ໂຫວດຮັບຮູ້ ເເລະ ຍອມຮັບໃຫ້ທາງ ກອງປະກວດ Mister Global Laos 2022 ຮວບຮວມຂໍ້ມູນສ່ວນບຸກຄົນທີ່ຜູ້ໂຫວດໄດ້ເປີດເຜີຍໃຫ້ກັບກອງປະກວດ Mister Global Laos 2022 ທາງກອງປະກວດ ສາມາດເປີດເຜີຍ ເເລະ ເຜີຍເເຜ່ຂໍ້ມູນດັ່ງກ່າວໄດ້ບໍ່ວ່າຈະເປັນ ຊື່ ເເລະ ນາມສະກຸນ ເເລະ ຂໍ້ມູນອື່ນໆທີ່ລະບຸຕົວຕົນຂອງຜູ້ໂຫວດໄດ້ ຕໍ່ໄປນີ້ຈະຮ້ອງລວມກັນວ່າ “ຂໍ້ມູນສ່ວນບຸກຄົນ” ທີ່ຜູ້ເຂົ້າຮ່ວມໂຫວກໄດ້ເປີດເຜີຍ ລວມເຖິງໃຊ້ໃນການໂຄສະນາປະຊາສໍາພັນກິດຈະກໍາ ໃນສື່ທຸກປະເພດທີ່ກອງປະກວດ ເຫັນວ່າສົມຄວນ ໂດຍບໍ່ມີຂໍ້ຈໍາກັດໃນເລື່ອງເວລາ ເເລະ ສະຖານທີ່ ຫຼື ເພື່ອປະໂຫຍດທາງການຄ້າໃນຮູບເເບບຕ່າງໆ ທີ່ກອງປະກວດກໍານົດ ໂດຍບໍ່ມີຄ່າຕອບເເທນໃດໆ ທາງກອງປະກວດຈະເກັບຈະເກັບຮວບຮວມໃຊ້ເປີດເຜີຍ ຕາມນະໂຍບາຍຄວາມເປັນສ່ວນຕົວຂອງກອງປະກວດ.
- ຜູ້ໂຫວດທຸກທ່ານຖືວ່າຮັບຊາບ ແລະ ຍິນຍອມປະຕິບັດຕາມກະຕິກາການເຂົ້າຮ່ວມ ແລະ ເງື່ອນໄຂ ໂດຍບໍ່ມີຂໍ້ຂັດແຍ້ງ.
- ຜູ້ໂຫວດຄວນສຶກສາກະຕິກາ ແລະ ເງື່ອນໄຂການເຂົ້າຮ່ວມກິດຈະກຳຢ່າງຮອບຄອບ ເມື່ອຜູ້ໂຫວດ ກົດເລີ່ມການໂຫວດ ຖືເປັນການຍອມຮັບກະຕິກາ ແລະ ເງື່ອນໄຂການເຂົ້າຮ່ວມກິດຈະກຳ.
- ພົບບັນຫາ ຕິດຕໍ່ສອບຖາມໄດ້ຜ່ານຊ່ອງທາງ: https://www.facebook.com/MisterGlobalLaos ຫຼື Facebook Page: Mister Global Laos